制作
出演艺人
Tanu Vannasin
表演者
作曲和作词
Vannasin THIPAPHAY
词曲作者
歌词
ຂອບໃຈຝົນທີ່ພັດໂຮຍລົງມາ
ຢຸດເຈົ້າທີ່ຄິດຈະຈາກລາເອົາໄວ້
ແຕ່ຄົງໄດ້ພຽງຄືນນີ້
ຝົນຕົກແຮງເທົ່າໃດຍິ່ງດີ
ເຈົ້າຈຶ່ງຢູ່ບ່ອນນີ້ ແລະ ບໍ່ຈາກໄປ
ຕົກລົງມາອີກຝົນກ່ອນຄົນໆນີ້ ຈະໄປ
ເປັນຂ້ອຍ ທີ່ຕ້ອງເສຍໃຈ
ຮ້ອງດັງຂຶ້ນອີກຟ້າກົບເກື່ອນຄຳບອກລາ
ກົບເກື່ອນຮອຍນໍ້າຕາ
ທີ່ທຳທ່າວ່າບໍ່ໄດ້ຍິນ
Oh please can we just talk for a simple minute
Cut your ride cause you wont be need it
ໝົດຫົວໃຈຂ້ອຍຍັງເຊື່ອ ແລະ ສັດທາ
ເຖິງແມ່ນວ່າເຈົ້າຈະຈາກໄປໂດຍບໍ່ມີຄໍາລໍ້າລາ
ຂອບໃຈຝົນທີ່ພັດໂຮຍລົງມາ
ຢຸດເຈົ້າທີ່ຄິດຈະຈາກລາເອົາໄວ້
ແຕ່ຄົງໄດ້ພຽງຄືນນີ້
ຝົນຕົກແຮງເທົ່າໃດຍິ່ງດີ
ເຈົ້າຈຶ່ງຢູ່ບ່ອນນີ້ ແລະ ບໍ່ຈາກໄປ
ເກືອບໝົດແລ້ວທຸກສິ່ງທີ່ໄດ້ສ້າງໄວ້
ຕ້ອງເປັນເພາະເວລາ ແລະ ຄວາມເຫັນໃຈຂອງຝົນຟ້າ
ນໍ້າທີ່ມັນໄຫຼຢູ່ກໍຄືຢົດຝົນ ແລະ ນໍ້າຕາ
You're killing me softly
So let tell you baby I'm sorry
ບໍ່ຢາກໃຫ້ມັນຈົບລົງແບບນີ້
ຢາກໃຫ້ເຈົ້າໄດ້ທົບທວນໃຫ້ດີກ່ວານີ້
ຂອບໃຈຝົນທີ່ພັດໂຮຍລົງມາ
ຢຸດເຈົ້າທີ່ຄິດຈະຈາກລາເອົາໄວ້
ແຕ່ຄົງໄດ້ພຽງຄືນນີ້
ຝົນຕົກແຮງເທົ່າໃດຍິ່ງດີ
ເຈົ້າຈຶ່ງຢູ່ບ່ອນນີ້ ແລະ ບໍ່ຈາກໄປ
ເຖິງໂຕເຈົ້າຢູ່ບ່ອນນີ້
ຫົວໃຈເຈົ້ານັ້ນຈາກໄປແສນໄກ
ກຽມຈະລາລັບໄປ
ເຫດຜົນອັນໃດກັນນໍ້
ຂອບໃຈຝົນທີ່ພັດໂຮຍລົງມາ
ຢຸດເຈົ້າທີ່ຄິດຈະຈາກລາເອົາໄວ້
ແຕ່ຄົງໄດ້ພຽງຄືນນີ້
ຝົນຕົກແຮງເທົ່າໃດຍິ່ງດີ
ເຈົ້າຈຶ່ງຢູ່ບ່ອນນີ ແລະ ບໍ່ຈາກໄປ
Written by: Vannasin THIPAPHAY